New Updateການປັບປຸງຂໍ້ມູນຫຼ້າສຸດ
05/11/2020 >> NEWງານແຂ່ງຂັນໂບລີ້ງ 2020 ຈະຈັດຂຶ້ນໃນວັນທີ 5 ທັນວາ 2020, ລາຍຊື່ຜູ້ລົງທະບຽນ ແລະ ລາຍຊື່ຜູ້ສະໜັບສະໜູນ
24/04/2020 >> ພິທີມອບເງິນ 20 ລ້ານກີບໃຫ້ຄະນະສະເພາະກິດ ເພື່ອໃຊ້ໃນການຕ້ານ ໂຄວິດ-19
New Activitiesກິດຈະກໍາໃໝ່
ງານແຂ່ງຂັນໂບລີ້ງ 2020
ຄື່ພວກເຮົາໄດ້ເຄີຍປະຕິບັດຜ່ານມາ ຕອນທີ່ຮຽນສຶກສາຢູ່ຍີ່ປຸ່ນ ໃນທ້າຍປີພວກເຮົາຈະມັກພາກັນຈັດງານແຂ່ງຂັນໂບລີ້ງຮ່ວມກັນ ເພື່ອເສີ່ມສ້າງຄວາມສາມັກຄີ ແລະ ໄດ້ພົບປະໂອລົມ ຖາມສຸກທຸກຮ່ວມກັນ, ແລະ ເມື່ອເຮົາກັບມາເມືອງລາວ ເພື່ອເປັນການສານຕໍ່ກິດຈະກໍາດີໆນີ້ ໃນປີນີ້ ທາງ JAOL ຈິງຢາກຂໍຈັດງານແຂ່ງຂັນກິລາໂບລີ້ງຂຶ້ນ.
ເຖິງວ່າສະພາບການແຜ່ລະບາດຂອງເຊື້ອພະຍາດ COVID-19 ຈະມີຜົນກະທົບຕໍ່ການດໍາລົງຊີວິດພວກເຮົາກໍ່ຕາມ, ໂດຍສະເພາະເຮັດໃຫ້ຫຼາຍກິດຈະກໍາຂອງພາຍໃນ JAOL ໄດ້ຖຶກເລື່ອນໄປຢ່າງບໍ່ມີກໍານົດ, ແຕ່ເນື່ອງຈາກສະພາບການແຜ່ລະບາດຂອງເຊື້ອພະຍາດ COVID-19 ຢູ່ ສປປ ລາວ ແມ່ນຍັງຢູ່ໃນລະດັບທີ່ສາມາດຄອບຄຸ້ມໄດ້, ສະນັ້ນໃນນາມຄະນະບໍລິຫານງານ JAOL ຊຸດທີ VII ຈິງຂໍແຈ້ງມາຍັງສະມາຊິກຂອງ JAOL ຂໍເຊີນເຂົ້າຮ່ວມງານແຂ່ງຂັນໃນຄັ້ງນີ້ ເພື່ອພົບປະແລກປ່ຽນ ແລະ ເສີ່ມສ້າງຄວາມສາມັກຄີ ບົນພື້ນຖານຮັກສາມາດຕະການປ້ອງກັນການແຜ່ລະບາດຂອງເຊື້ອພະຍາດ COVID-19.
ເພື່ອເປັນການເກັບກໍາຕົວເລກໃນການຂຶ້ນງົບປະມານ (ກະກຽມອາຫານເບົາ ເຄື່ອງດື່ມຕ່າງໆ) ຈິງຢາກຂໍໃຫ້ຜູ້ທີ່ຈະລົງແຂ່ງຂັນ ກໍ່ຄື່ຜູ້ຈະເຂົ້າຮ່ວມງານ ຂໍຄວາມຮ່ວມມື ລົງທະບຽນລ້ວງໜ້າ ພາຍໃນເດືອນພະຈິກນີ້!
ສອບຖາມຂໍ້ມູນເພີ່ມຕື່ມ: info@jaol.org
ລາຍຊື່ຂອງບັນດາບຸຄົນ ນິຕິບຸຄົນ ທີ່ໃຫ້ການສະໜັບສະໜູນງານໃນຄັ້ງນີ້:
** ຂໍຂອບໃຈມາຍັງຜູ້ສະໜັບສະໜູນທຸກໆທ່ານ **
ບໍລິສັດ ສິນໄຊ ບໍລິການ ຈັດຫາງານ ຈໍາກັດ, ບໍລິສັດ ຊໍາມິດໂຮມ ຈໍາກັດ, 108Hill, ບໍລິສັດ ພັນທະມິດ ທົດລອງ ແລະ ວິໄຈ ຈຳກັດ, ບໍລິສັດ ບັນດາ ດິຈິຕອນ ບີຊີເນສ ຈໍາກັດ, ບໍລິສັດ ເຈແພກ ອະສັງຫາລິມມະຊັບ, ໂຮງຮຽນສະບາຍດີ Sabaidee Junior Academy, ITcorner Computer, ບໍລິສັດ ເອັນຊີຊີ ຈໍາກັດ ຜູ້ດຽວ (NCC), ບໍລິສັດຊິດສຕໍລີ ແລະ ອື່ນໆ.
